019

ປະໂຫຍດນໍ້າຫວ້ານຫາງແຂ້ ມາພ້ອມກັບຄວາມແຊບ

ຫວ້ານຫາງແຂ້ເປັນພືດທີ່ມີນໍາໃຊ້ປະໂຫຍດທາງການຢາ ແລະ ໂພສະນາການຫຼາຍຊະນິດ ເຊິ່ງມີລັກສະນະເປັນພືດໃບສີຂຽວ ເຕັມໄປດ້ວຍເນື້ອວຸ້ນໃສ ແລະ ຫຼາຍຄົນນໍາໃຊ້ເນື້ອວຸ້ນ ຫຼື ເນື້ອຫວ້ານ ເປັນສະໝຸນໄພທາພາຍນອກ ເພື່ອບັນເທົາແຜໄຟໄຫມ້ນໍ້າຮ້ອນລວກ ແລະ ຜິວໜັງທີ່ເກີດຈາກການຖືກເຜົາໄໝ້ຂອງແສງແດດ. ພ້ອມດຽວກັນນັ້ນ, ມັນຍັງສາມາດເປັນເຄື່ອງດື່ມເພື່ອສຸຂະພາບໄດ້ນໍາອີກ ແລະ ໃນບົດຄວາມນີ້ຈະເວົ້າກ່ຽວກັບ 7 ຜົນປະໂຫຍດທີ່ຈະໄດ້ຮັບຈາກການດື່ມນໍ້າຫວ້ານຫາງແຂ້:

  1. ໃຫ້ນໍ້າຫຼໍ່ລ້ຽງ
    ພືດຫວ້ານຫາງແຂ້ ປະກອບໄປດ້ວຍນໍ້າຢ່າງຫຼວງຫຼາຍ ເຊິ່ງເປັນປະໂຫຍດທີ່ດີ ໃນການເອົາມານໍາໃຊ້ເພື່ອປ້ອງກັນ ຫຼື ຮັກສາການຂາດນໍ້າໃນຮ່າງກາຍ. ການມີນໍ້າໃນຮ່າງກາຍຈະຊ່ວຍລ້າງສານພິດ ໂດຍເປັນວິທີການລ້າງສິ່ງເປື່ອນເປິອອກໄດ້ ເຊິ່ງນໍ້າຫວ້ານຫາງແຂ້ອັດແໜ້ນໄປດ້ວຍສານອາຫານຫຼາກຫຼາຍ ທີ່ຊ່ວຍເພີ່ມປະສິດທິພາບຂອງການເຮັດວຽກອາໄວຍະວະພາຍໃນເຊັ່ນ: ໄຕ ແລະ ຕັບ ເຊິ່ງເປັນອາໄວຍະວະທີ່ສໍາຄັນ. ເນື່ອງຈາກໄຕ ແລະ ຕັບ ມີໜ້າທີ່ຫຼັກໃນການລ້າງສານພິດໃນເລືອດ ແລະ ຂັບປັດສະວະ. ດ້ວຍເຫດນີ້ຈຶ່ງຕ້ອງຮັກສາບໍາລຸງອາໄວຍະວະໃນຮ່າງທີ່ສໍາຄັນດັ່ງກ່າວໃຫ້ແຂງແຮງ.
  1. ຊ່ວຍໃນການເຮັດວຽກຂອງຕັບ.
    ເມື່ອເວົ້າເຖິງການກຳຈັດສານພິດ ຫຼື ດີທ໋ອກ (Detox) ການເຮັດວຽກຂອງຕັບຈຶ່ງເປັນໝາກຫົວໃຈສໍາຄັນ. ການດື່ມນໍ້າຫວ້ານຫາງແຂ້ ເປັນທາງເລືອກໜຶ່ງທີ່ດີໃນການບໍາລຸງຕັບໃຫ້ແຂງແຮງ ເນື່ອງຈາກ ມັນຈະເຮັດວຽກໄດ້ດີທີ່ສຸດກໍຕໍ່ເມື່ອໄດ້ຮັບການບໍາລຸງທີ່ດີ ແລະ ມີນໍ້າພຽງພໍ. ດັ່ງນັ້ນ, ການດື່ມນໍ້າຫວ້ານຫາງແຂ້ ຈຶ່ງເໝາະສົມທີ່ສຸດຖ້າເວົ້າເທິງການກຳຈັດສານພິດ ເພາະໃຫ້ນໍ້າຫຼໍ່ລ້ຽງຮ່າງກາຍ ພ້ອມທັງອຸດົມໄປດ້ວຍສານອາຫານທີ່ສໍາຄັນແກ່ຮ່າງກາຍ.
  1. ລະບົບຂັບຖ່າຍດີ
    ການດື່ມນໍ້າຫວ້ານຫາງແຂ້ ຊ່ວຍເພີ່ມນໍ້າໃນລໍາໄສ້ ເຊິ່ງການຄົ້ນຄວ້າວິໄຈສະແດງໃຫ້ເຫັນເຖິງວ່າມີສາຍພົວພັນກັນລະຫວ່າງການເພີ່ມນໍ້າໃນລໍາໄສ້ ແລະ ການກະຕຸ້ນບີບໂຕຂອງລະບົບຂັບຖ່າຍ ເຮັດໃຫ້ໄປຕາມປົກກະຕິ.
  1. ຜິວພັນສຸຂະພາບດີ
    ການໃຫ້ຄວາມຊຸ່ມຊື່ນດ້ວຍນໍ້າຫວ້ານຫາງແຂ້ ອາດຊ່ວຍຕ້ານການເກີດສິວໄດ້. ນອກຈາກນີ້, ອາດສາມາດຫຼຸດສາເຫດຂອງການເກີດໂລກສະເກັດເງິນ ແລະ ຜິວໜັງອັກເສບຕ່າງໆ. ເນື່ອງຈາກ, ຫວ້ານຫາງແຂ້ເປັນແຫຼ່ງອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະ ແລະ ວິຕາມິນທີ່ຈະຊ່ວຍປົກປ້ອງຜິວຂອງທ່ານ. ສານປະກອບທີ່ສໍາຄັນຂອງຫວ້ານຫາງແຂ້ຍັງສະແດງ ໃຫ້ເຫັນເຖິງການຟື້ນຟູຜົນກະທົບຈາກ ຂອງລັງສີອຸນຕຣາໄວໂລເລັດ (UV) ທີ່ຫຼຸດຜ່ອນບັນຫາຜິວທີ່ເກີດຈາກແສງແດດ ແລະ ປ້ອງກັນຮ່ອງຮອຍໄດ້.
  1. ເພີ່ມຄຸນຄ່າທາງໂພສະນາການ
    ນໍ້າຫວ້ານຫາງແຂ້ອັດແໜ້ນໄປດ້ວຍຄຸນຄ່າທາງໂພສະນາການອັນຫຼວງຫຼາຍ ທີ່ປະກອບໄປດ້ວຍວິຕາມິນ ແລະ ແຮ່ທາດສໍາຄັນ ເຊັ່ນ: B, C, E ແລະ ກົດໂຟລິກ (Folic Acid). ນອກຈາກນີ້ຍັງມີ: ແຄນຊ້ຽມ (calcium), ທອງແດງ (copper), ໂຄມ້ຽມ (chromium), ໂຊດ້ຽມ (sodium), ຊິລິນ້ຽມ (selenium), ແມັກນີຊ້ຽມ (magnesium), ໂພແຕັດຊ້ຽມ (potassium), ແມງການິດ (manganese), ສັງກະສີ (zinc)
    ຫວ້ານຫາງແຂ້ເປັນໜຶ່ງໃນແຫຼ່ງວິຕາມິນ B12 ຈາກພືດ ເຊິ່ງເໜາະສໍາລັບຜູ້ກິນແຈ ຫຼື ບໍ່ກິນຊີ້ນ. ອາຫານ ຫຼື ເຄື່ອງດື່ມທີ່ມີສານອາຫານພຽງພໍຈຶ່ງເປັນໝາກຫົວໃຈສໍາຄັນໃນການຕໍ່ສູ້ກັບພະຍາດທີ່ສາມາດປ້ອງກັນໄດ້.
  1. ບັນເທົາອາການເຈັບກະເພາະ
    ການດື່ມນໍ້າຫວ້ານຫາງແຂ້ ອາດຊ່ວຍອາການຈຸກສຽດທ້ອງໄດ້ ເຊິ່ງສານປະກອບຈາກຫວ້ານຫາງແຂ້ຈະຊ່ວຍຄວບຄຸມການລັ່ງກົດຈາກກະເພາະອາຫານ. ນອກນີ້໊, ຫວ້ານຫາງແຂ້ ໄດ້ຊ່ວຍໃຫ້ບາດໃນກະເພາະອາຫານດີໄວ ແລະ ປ້ອງກັນບໍ່ໃຫ້ບາດໃນກະເພາະອາຫານແຜ່ລາມໃຫຍ່ຂຶ້ນ.
  1. ເປັນປະໂຫຍດໃຫ້ແກ່ລະບົບຍ່ອຍອາຫານ
    ຫວ້ານຫາງແຂ້ມີເອັນຊາຍຫຼາຍຊະນິດທີ່ຊ່ວຍໃນການສະຫລາຍນໍ້າຕານ ແລະ ໄຂມັນ ເຊິ່ງເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ຢ່າງມີປະສິດທິພາບ. ເມື່ອລະບົບຍ່ອຍອາຫານເຮັດວຽກບໍ່ໄດ້ເຕັມປະສິດທິພາບ ກໍຈະບໍ່ສາມາດດູດຊຶມສານອາຫານໄດ້ທັງໝົດ. ສະນັ້ນ, ການຮັກສາລະບົບຍ່ອຍອາຫານໃຫ້ເຮັດວຽກໄດ້ຢ່າງມີປະສິດທິພາບ ຈຶ່ງຈະໄດ້ປະໂຫຍດສູງສຸດຈາກອາຫານທີ່ກິນເຂົ້າສູ່ຮ່າງກາຍ.
Tags: No tags