ຫຼາຍທ່ານມີຄວາມສົງໃສວ່າ ນໍ້າກະທຽມດອງສາມາດນໍາເອົາໄປເຮັດຫຍັງໄດ້ແດ່ ແຕ່ສໍາລັບແມ່ຄົວມືອາຊີບນັ້ນ ນໍ້າກະທຽມດອງເປັນສິ່ງທີ່ຂາດບໍ່ໄດ້ສໍາລັບການປຸງລົດຊາດອາຫານໃນຫຼາກຫຼາຍເມນູເຊັ່ນ: ນໍ້າຍໍາ, ນໍ້າຊຸບເຝີ, ນໍ້າແຈ່ວ ແລະ ອື່ນໆ. ໂດຍສະເພາະສາລະພັດເມນູຍໍາເປັນເມນູໜຶ່ງທີ່ຂາດນໍ້າກະທຽມດອງບໍ່ໄດ້ເຊິ່ງໃນບົດຄວາມນີ້ຈະແນະນໍາການເຮັດນໍ້າຍໍາ ທີ່ສາມາດເອົາໄປປະກອບເປັນຍໍາຕ່າງໆໄດ້ຕາມໃຈມັກ
ສ່ວນປະກອບສໍາລັບຍໍາ 1 ຈານ:
- ນໍ້າໝາກນາວ 5 ບ່ວງແກງ
- ນໍ້າປາ 3 ບ່ວງແກງ
- ນໍ້າຕານ 1 ບ່ວງແກງ
- ນໍ້າກະທຽມດອງ 2 ບ່ວງແກງ
- ກະທຽມດອງຊອຍ 2 ຫົວ
- ໝາກເຜັດສົດ ຄວາມເຜັດຕາມໃຈມັກ
ວິທີເຮັດ:
- ຕຳໝາກເຜັດສົດແຫຼກໆປະໄວ້
- ປະສົມໝາກເຜັດ, ໝາກນາວ, ນໍ້າປາ, ນໍ້າຕານ, ນໍ້າກະທຽມດອງ ແລະ ກະທຽມດອງຊອຍ ຄົນໃຫ້ເຂົ້າກັນກາຍເປັນນໍ້າຍໍາ ທີ່ສາມາດປະກອບກັບເຄື່ອງຍໍາທີ່ທ່ານຕ້ອງການ.