017

ແຫຼ່ງທີ່ມາຂອງໝາກຕາວ 10 ປີ ຈຶ່ງໄດ້ກິນ

ຕົ້ນຕາວເປັນຕົ້ນໄມ້ປ່າຊະນິດໜຶ່ງຢູ່ໃນຕະກູນ Palmae ຈໍາພວກດຽວກັນກັບຕົ້ນໝາກພ້າວ, ຕົ້ນຕານ ແລະ ຕົ້ນປາມຕ່າງໆ ເຊິ່ງຕົ້ນຕາວມີຖິ່ນກຳເນີດດັ້ງເດີມຢູ່ໃນແຖບຕາເວັນອອກສຽງໃຕ້ໃນປະເທດອິນເດຍ

ຕົ້ນຕາວເປັນພືດດຶກດຳບັນຕະກູນປາມ ລໍາຕົ້ນສູງໃບແຜ່ກວ້າງອອກ ໝາກເປັນແຊງໃຫຍ່ ແຕ່ລະໜ່ວຍຈະມີແກ່ນໃສຢູ່ສາມແກ່ນ ເຊິ່ງເປັນແກ່ນທີ່ນໍາມາກິນໄດ້ເອີ້ນວ່າ: ໝາກຕາວ. ໄລຍະເວລາຂອງການຈະເລີນເຕີບໃຫຍ່ຂອງຕົ້ນຕາວນັ້ນເປັນໄລຍະເວລາຫຼາຍກວ່າ 10 ປີຈຶ່ງມີໝາກຜົນອອກມາໃຫ້ເກັບກ່ຽວໄດ້ ແລະ ໃນປີໜຶ່ງສາມາດເກັບກ່ຽວໄດ້ພຽງແຕ່ລະດູດຽວເທົ່ານັ້ນ. ນອກນີ້, ພືດຊະນິດດັ່ງກ່າວມັກຈະຂຶ້ນຕາມທໍາມະຊາດໃນປ່າທີ່ມີຄວາມອຸດົມສົມບູນເທົ່ານັ້ນ

ໃນປະເທດລາວຈະມີປ່າຕົ້ນຕາວໃນຫຼາຍແຂວງໂດຍສະເພາະເຂດທີ່ມີອາກາດຊຸ່ມ ແລະ ມີຄວາມອູດົມສົມບູນຂອງລະບົບນິເວດ. ການເກັບໝາກຕາວເປັນວິຖີຊີວິດໜຶ່ງຂອງປະຊາຊົນໃນອ້ອມແອ້ມບໍລິເວນປ່າຕົ້ນຕາວ ໄດ້ເຂົ້າໄປເກັບໝາກຕາວມາຂາຍເປັນວັດຖຸດິບ ຊຶ່ງການເຂົ້າປ່າໄປເກັບໝາກຕາວມາຂາຍນັ້ນມີຄວາມຍາກລໍາບາກ ແລະ ມີຫຼາຍຂັ້ນຕອນຈຶ່ງຈະໄດ້ໝາກອອກມາຂາຍ

ການເກັບໝ່ວຍໝາກຕາວ ແມ່ນຈະຕັດລົງເປັນແຊງ ຊຶ່ງການໄປເກັບແຕ່ລະຄັ້ງອາດຈະໄດ້ນອນຄ້າງຄືນໃນປ່າ. ເນື່ອງຈາກໝ່ວຍໝາກຕາວຕ້ອງຜ່ານການຕົ້ມຈຶ່ງສາມາດບີບໝາກຕາວອອກມາໄດ້ ແລະ ການຕົ້ມໜ່ວຍໝາກຕາວຢູ່ໃນປ່າຈະສະດວກກວ່າເພາະຊອກຟືນຕົ້ມໄດ້ງ່າຍ. ພ້ອມນັ້ນ, ການຂົນແຊງໝາກຕາວທີ່ຂ້ອນຂ້າງໃຫຍ່ ແລະ ໜັກ ຈະມີຄວາມຫຍຸ້ງບໍ່ສະດວກ ແລະ ບໍ່ສາມາດໃຊ້ປະໂຫຍດອື່ນໄດ້ຈາກເສດໜ່ວຍ ຫຼື ແຊງໝາກຕາວ. ດັ່ງນັ້ນ, ການນໍາເອົາໝາກຕາວເພື່ອອອກມາຂາຍເປັນວັດຖຸດິບເພື່ອສົ່ງໂຮງງານແຕ່ລະຄັ້ງ ຈຶ່ງຖືວ່າບໍ່ງ່າຍສໍາລັບຄົນທົ່ວໄປ. ຊຶ່ງມັນໄດ້ກາຍເປັນວິຖີຊີວິດຂອງປະຊາຊົນຜູ້ອາໄສຢູ່ໃນຂອບເຂດດັ່ງກ່າວ ແລະ ຖືວ່າຕົ້ນຕາວເປັນຕົ້ນໄມ້ປ່າທີ່ຄວນສະຫງວນໄວ້ ເພື່ອບໍ່ໃຫ້ເກີດການທໍາລາຍວິຖີຊີວິດ ຫຼື ຊ່ອງທາງການສ້າງລາຍໄດ້ຂອງປະຊາຊົນຜູ້ຢູ່ຫ່າງໄກສອກຫຼີກ

Tags: No tags