ກະທຽມເປັນທີ່ຮູ້ກັນດີວ່າມີປະໂຫຍດຫຼາກຫຼາຍ ນອກຈາກຈະນໍາໄປປະກອບເຂົ້າກັບການແຕ່ງກິນແລ້ວ ການກິນກະທຽມສົດກໍເປັນທີ່ນິຍົມ ເພື່ອເອົາປະໂຫຍດຈາກມັນເຂົ້າສູ່ຮ່າງກາຍ. ແຕ່ການກິນກະທຽມສົດກໍເປັນສິ່ງທີ່ຍາກສໍາລັບຫຼາຍທ່ານເນື່ອງຈາກ ມີລົດຊາດເຜັດຮ້ອນ ຈົນຫຼາຍທ່ານບໍ່ສາມາດກິນໄດ້ ເຊິ່ງກະທຽມດອງຈຶ່ງເປັນທາງເລືອກອີກທາງໜຶ່ງ ສໍາລັບຜູ້ຢາກກິນກະທຽມທີ່ມີລົດຊາດແຕກຕ່າງຈາກການກິນສົດ ແຕ່ໄດ້ຮັບປະໂຫຍດຈາກການກິນກະທຽມເຊັ່ນດຽວກັນ ຊຶ່ງມີເຖິງ 10 ປະໂຫຍດດັ່ງລຸ່ມນີ້:
- ປັບຄວາມດັນເລືອດໃຫ້ຢູ່ໃນລະດັບປົກກະຕິ
- ຫຼຸດຄໍເລັດເຕີລໍໃນເລືອດ
- ຄວາມຄຸມນໍ້າຕານໃນເລືອດ
- ບໍາລຸງເລືອດ ປ້ອງກັນເລືອດຈາງ
- ເພີ່ມພູມຕ້ານທານໃຫ້ແກ່ຮ່າງກາຍ
- ປ້ອງກັນໂລກຫົວໃຈ
- ເຮັດໃຫ້ລະບົບຂັບຖ່າຍເຮັດວຽກໄດ້ດີ
- ຊ່ວຍຂັບລົມ ແກ້ອາຫານຈຸກສຽດແໜ້ນທ້ອງ
- ປ້ອງກັນໄຂ້ຫວັດ, ຕ້ານການຈະເລີນເຕີບໂຕ ຂອງໄວຣັດ ແລະ ແບັກທີເລຍ
- ມີສານຕ້ານອານຸມູນອິດສະລະ, ບໍາລຸງຜິວພັນ ແລະ ຫຼຸດຄວາມສ່ຽງເປັນໂລກມະເລັງ