ນະໂຍບາຍທາງດ້ານການຜະລິດ
ໜັ້້ນຄົງ ຍືນຍົງ ສະອາດ ປອດສານພິດ ຕົ້ນທຶນຕໍ່າ
ວິໄສທັດ
ເປັນໜຶ່ງໃນບັນດາຜູ້ນໍາດ້ານການປຸງແຕ່ງກະສິກຳ ໃຫ້ເປັນຫຼາກຫຼາຍສິນຄ້າດ້ານສະບຽງອາຫານ ແລະ ເຄື່ອງດື່ມເພື່ອສຸຂະພາບ
ເປົ້າໝາຍທຸລະກິດ
ຊຸກຍູ້ສົ່ງເສີມການຜະລິດກະສິກຳເພື່ອເປັນວັດຖຸດິບ ແລະ ດຳເນີນການປຸງແຕ່ງເປັນສິນຄ້າສໍາເລັດຮູບ ເພື່ອສະໜອງໃຫ້ຕະຫຼາດພາຍໃນ ແລະ ສົ່ງອອກຕ່າງປະເທດ
ໝັ່ນຄົງຍືນຍົງ ສະອາດ ປອດສານພິດ ຕົ້ນທຶນຕໍ່າ
ຜະລິດຕະພັນຂອງບໍລິສັດ ໄດ້ເນັ້ນສູ່ຂະບວນການຜະລິດທີ່ມີມາດຕະຖານສາກົນເຊັ່ນ: GMP, HACCP, ມາດຕະຖານຂອງກົມອາຫານ ແລະ ຢາ. ພ້ອມດຽວກັນນັ້ນຍັງຮັກສາມາດຕະຖານ ແລະ ຄຸນນະພາບໄດ້ຢ່າງສະໝໍ່າສະເໜີ ເຮັດໃຫ້ບໍລິສັດມີຄວາມອາດສາມາດຜະລິດ ແລະ ສົ່ງສິນຄ້າບໍລິໂພກອອກສູ່ຕະຫຼາດຕ່າງປະເທດ ດ້ວຍມາດຕະຖານທີ່ສາກົນຍອມຮັບ ແລະ ເຊື່ອໜັ້ນ.
ກ່ຽວກັບບໍລິສັດ ມິດຕະພາບ ກະສິກຳ ຈໍາກັດ
ບໍລິສັດ ມິດຕະພາບ ກະສິກຳ ຈຳກັດ ໄດ້ດຳເນີນທຸລະກິດປຸງແຕ່ງຜົນຜະລິດກະສິກຳເປັນສິນຄ້າສໍາເລັດຮູບ ເພື່ອສົ່ງອອກຕ່າງປະເທດ ,ທົດແທນການນໍາເຂົ້າ ແລະ ເພື່ອຊົມໃຊ້ພາຍໃນ.
ບໍລິສັດໄດ້ສ້າງຕັ້ງຂຶ້ນທ້າຍປີ 2017 ໄດ້ຮັບໃບທະບຽນວິສາຫະກິດ ເລກທີ 0415/ຈທວ ລົງວັນທີ 03/10/2017 ດ້ວຍທຶນຈົດທະບຽນ 8.000 ລ້ານກີບ, ມີການຮ່ວມທຶນຈາກຂາຮຸ້ນລາວ-ໄທ ເຊິ່ງບໍລິສັດໄດ້ມີນະໂຍບາຍໃນການດຳເນີນທຸລະກິດ: “ໂປ່ງໃສ ຍຸຕິທໍາ ກວດສອບໄດ້”

